Category Archives: ຂ່າວສັງຄົມ

ຂ່າວເດັ່ນໃນໜັງສືພິມ ສຶກສາ-ກິລາ ວັນທີ 23 ພຶດສະພາ 2013

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຊົມ ສວນອຸທິຍານ ສັດນໍ້າ ແຫ່ງຊາດ ຍີ່ປຸ່ນ

ເປັນອີກໜື່ງກິດຈະກຳ ຂອງການທ່ອງທ່ຽວທີ່ສ້າງຄວາມປະທັບໃຈ ໃຫ້ນັກທ່ອງທ່ຽວໄດ້ຕື່ນຕາຕື່ນໃຈ ກັບການສະແດງຂອງສັດນໍ້າໃຕ້ທະເລ ຫລາກຫລາຍການ ຢູ່ທີ່ສວນອຸທິຍານສັດນໍ້າ ( Ocean Expo Park ) ແຫ່ງຊາດຂອງຍີ່ປຸ່ນ ທີ່ເກາະ ໂອກິນາວາ ປະເທດຍີ່ປຸ່ນ.
ສວນອຸທິຍານ ສັດນໍ້າແຫ່ງຊາດ ຫລື ພິພິຕະພັນສັດນໍ້າແຫ່ງຊາດ ( Aquarium )ແຫ່ງນີ້ຕັ້ງຢູ່ທາງພາກເໜືອຂອງເກາະ ໂອກິນາວາ ຫ່າງຈາກເທດສະບານ ປະມານ 60 ກິໂລແມັດ, ເປັນເຂດຫ່າງໄກສອກຫລິກ ທີ່ມີທຳມະຊາດ ຂ້ອນຂ້າງອຸດົມສົມບຸນ ຊຶ່ງບໍ່ມີຕົວເມືອງໃຫຍ່ ຢູ່ເຂດນັ້ນ, ເພື່ອເປັນການພັດທະນາເຂດຫ່າງໄກສອກຫລິກຈາກວິກິດໃຫ້ເປັນໂອກາດ ທາງລັດຖະບານຍີ່ປຸ່ນ ຈຶ່ງໄດ້ລົງທຶນສ້າງພື້ນຖານ ໂຄງຮ່າງ ຖະໜົນຫົນທາງ ທີ່ອຳນວຍ ຄວາມສະດວກໃນການໄປ-ມາ ພ້ອມທັງສ້າງສວນອຸທິຍານ ສັດນໍ້າ …

ຂ່າວທົ່ວໄປ ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຂ່າວເດັ່ນໃນໜັງສືພິມ ສຶກສາ-ກິລາ ວັນທີ 15 ພຶດສະພາ 2013

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຂ່າວເດັ່ນໃນໜັງສືພິມ ສຶກສາ-ກິລາ ວັນທີ 13 ພຶດສະພາ 2013

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຮູ້ຈັກວັນສັບປະດາຄຳ ຫລື Golden Week ຍີ່ປຸ່ນ

ຢູ່ທີ່ປະເທດຍີ່ປຸ່ນເຖິງວ່າ ຈະບໍ່ມີບຸນປີໃໝ່ລາວໃຫ້ໄດ້ພັກການຍາວໆ ຄືຢູ່ບ້ານເຮົາກໍຕາມ, ແຕ່ໃນໄລ ຍະທ້າຍເດືອນ ເມສາ ຫາຕົ້ນ ເດືອນ ພຶດສະພາ ປີນີ້ ກໍຖືວ່າເປັນສັບປະດາຄຳ ຫລື Golden Week ຂອງເຂົາເຈົ້າເຊັ່ນກັນເພາະວ່າມີມື້ພັກລັດຖະການຕິດຕໍ່ກັນບໍ່ໜ້ອຍກວ່າປີໃໝ່ຂອງລາວເຮົາເລີຍ ຄືເລີ່ມຈາກ ວັນທີ 27-28- 29 ເມສາ, ແລະວັນທີ່ 3-4-5ແລະ 6 ພຶດສະພາ ລວມໄລ່ເລ່ຍ ກັນປະມານ ໜື່ງອາທິດເຕັມ.
ໃນໄລຍະນີ້ຖືໄດ້ວ່າເປັນໂອກາດຄຳຂອງຊາວຍີ່ປຸ່ນ ຫລື ຜູ້ທີ່ອາໄສເຮັດວຽກ ເຮັດການຢູ່ໃນປະເທດ ຍີ່ປຸ່ນ ກໍວ່າໄດ້ ຫລັງຈາກທີ່ເຄີຍເຮັດວຽກໜັກໜ່ວງມາທັງປີ ກໍໄດ້ມີໂອກາດພັກຍາວໆ ຫລາຍ ທ່ານກໍວາງແຜນ ພາຄອບຄົວ, …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຜະສາດຫີນ “ ນາກິຈີນ “ ໜື່ງໃນ ມໍລະດົກໂລກ ຂອງຍີ່ປຸ່ນ

ຄືດັ່ງທີ່ໄດ້ບອກທ່ານຜູ້ອ່ານສະບັບກ່ອນນີ້ແລ້ວວ່າ ເກາະໂອກິນາວາ ຂອງປະເທດຍີ່ປຸ່ນ ເຖິງຈະເປັນ ເກາະ ແຜ່ນດີນນ້ອຍ ແຫ່ງໜື່ງ ຊຶ່ງຕັ້ງຢູ່ໄກຈາກ ແຜ່ນດີນໃຫຍ່ ຫລືເມືອງຫລວງ ຂອງປະເທດກໍຕາມ, ແຕ່ມີຫລາກຫລາຍ ກິດຈະກຳ ແລະ ແຫລ່ງທ່ອງທ່ຽວ ທີ່ໜ້າສົນໃຈ ອີກຫລາຍຢ່າງ ໄວ້ໃຫ້ ນັກທ່ອງທ່ຽວ ໄດ້ເບີ່ງໄດ້ຊົມ ສະນັ້ນ ມື້ນີ້ຈະມາທ່ານ ຜູ້ອ່ານໄປ ຮູ້ຈັກກັບ ຜະສາດຫີນ ນາກິຈີນ ເປັນໜື່ງ ແຫລ່ງທ່ອງທ່ຽວ ມໍລະດົກໂລກ ຂອງເກາະໂອກິນາວາ.
ຜະສາດຫີນ ນາກິຈີນ ( Nakijin Castle ) ຫລື ຈະເອີ້ນວ່າ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ເບີ່ງຂ່າວທັງໝົດ | Comments Off

ອ່ານໜັງສືພິມສຶກສາ-ກິລາ ສະບັບວັນຈັນ ວັນທີ 13 ເຂົ້າຫາ ລິ້ງທີນີ້

ຂ່າວທົ່ວໄປ ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ອ່ານໜັງສືພິມສຶກສາ-ກິລາ ສະບັບວັນອັງຄານ ວັນທີ 7 ເຂົ້າຫາ ລິ້ງທີນີ້

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ອ່ານໜັງສືພິມສຶກສາ-ກິລາ ສະບັບວັນສຸກ ວັນທີ 3 ເຂົ້າຫາ ລິ້ງທີນີ້

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ອ່ານໜັງສືພິມສຶກສາ-ກິລາ ສະບັບວັນອັງຄານ ວັນທີ 30 ເມສາ ເຂົ້າຫາ ລິ້ງທີນີ້

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ອ່ານໜັງສືພິມສຶກສາ-ກິລາ ສະບັບວັນອັງຄານ ວັນທີ 23 ເມສາ ເຂົ້າຫາ ລິ້ງທີນີ້

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ອົງການໄຈກ້າ ຊ່ວຍພັດທະນາ ວີດີໂອ ດີຈີຕອລ ໃຫ້ສື່ມວນຊົນລາວ

ເພື່ອເປັນການຮອງຮັບຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານແບບ ວີດີໂອດີຈີຕອລ (Digital Video Production ) ກັບການສື່ສານແບບບໍ່ມີພົມແດນ ລາຍການວີດີໂອທາງໂທລະພາບ ໄດ້ມີບົດບາດ  ສໍາຄັນໃນການ ເຜີຍແຜ່ຂໍ້ມູນຂ່າວສານ ອອກສູ່ມວນຊົນຢ່າງມີປະສິດທິພາບ.
ສະນັ້ນທາງອົງການໄຈກ້າ(JICA) ຂອງປະເທດຍີ່ປຸ່ນ ຈຶ່ງໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ ” ການ ຜະລິດ ແລະເຜີຍແຜ່ ວີດີໂອ ແບບ ດຈີຕອລ ” (Digital Video Production for Dissemination and enlightenment )ໃຫ້ສື່ມວນຊົນຂອງບັນດາປະເທດທີ່ກຳລັງພັດທະນາ ຂື້ນ ຢູ່ທີ່ ແຂວງ ໂອກິນາວາ (OKINAWA) ປະເທດ ຍີ່ປຸ່ນ ຊຶ່ງຈະໃຊ້ເວລາໃນການຝຶກອົບທັງໝົດລວມ ໜື່ງປີເຕັມ ໃນນັ້ນ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ເບີ່ງຂ່າວທັງໝົດ | Comments Off

ກອງປະຊຸມ ກິລາ-ກາຍຍະກຳ ທົ່ວປະເທດ ປະຈຳປີ 2013 ອັດລົງ ດ້ວຍຜົນສຳເລັດ ຢ່າງຈົບງາມ

ກອງປະຊຸມ ວຽກງານກິລາ-ກາຍະກຳ ທົ່ວປະເທດ ປະຈຳປີ 2013 ໄດ້ປິດລົງ ດ້ວຍຜົນສຳເລັດ ອັນສະຫງ່າງາມ ໃນເມື່ອ ວັນທີ 15 ກຸມພາ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດ ດົງໂດກ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາ (ສສກ) ພ້ອມນີ້ຍັງ ມີບັນດາ ທ່ານລັດຖະມົນຕີ ຊ່ວຍວ່າການກະຊວງ ສສກ, ບັນດາຮອງເຈົ້າແຂວງ, ຫົວໜ້າຫ້ອງການ, ຫົວ ໜ້າ ກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ສະກຸບພິເສດ, ເບີ່ງຂ່າວທັງໝົດ | Comments Off

ຫລາຍໜ້າວຽກ ຖືກຮັບຮອງ ເຖິງ 80 ເປີເຊັນ ໃນກອງປະຊຸມ ວຽກງານກິລາ-ກາຍຍະກຳ ທົ່ວປະເທດ

ຫລັງຜ່ານການຄົ້ນຄ້ວາ ຂອງຄະນະຜູ້ແທນໃນໄລຍະສອງວັນ ກໍຄື ລະຫວ່າງວັນທີ14-15 ກຸມພາ ທີ່ຜ່ານມາ ໃນກອງ ປະຊຸມ ໃຫຍ່ ວຽກງານກິລາ-ກາຍະກຳ ທົ່ວປະເທດ ປະຈຳປີ 2013 ໄດ້ມີມະຕິຕົກລົງເຫັນດີ ແລະ ເຫັນພ້ອມກັນເພື່ອປະກອບໃສ່ ຮ່າງ ຂໍ້ກຳນົດ ກົດລະບຽບ ມະຕິຕົກລົງໜ້າວຽກຕ່າງໆ ໃນສະບັບປັບປຸງ ເຊິ່ງຜົນການຄົ້ນຄ້ວາ ຂອງຄະນະຜູ້ແທນ ສຽງ ສ່ວນໃຫຍ່ໄດ້ຖືກຮັບຮອງເຖິງ 80 ເປີີເຊັນ ໂດຍສະເພາະ ເລື່ອງນະໂຍບາຍ ນັກກິລາ-ຄູຝືກທີມຊາດ ລວມເຖິງ ຂໍ້ກຳນົດ ການຈັດການແຂ່ງຂັນ ກິລາ ພື້ນເມືອງ ແລະງານສະເຫລີມສະຫລອງ ວັນສ້າງຕັ້ງກິລາລາວ ຕໍ່ໄປອາດຈະບໍ່ໄດ້ຈັດ ເຊິ່ງຈະຖືກ ບັນຈຸເຂົ້າໃນງານກິລາແຫ່ງຊາດໃນຕໍ່ໜ້າ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ໄຂຂຶ້ນ ຢ່າງເປັນທາງການ ກອງປະຊຸມ ວຽກງານ ກິລາ-ກາຍຍະກຳ ທົ່ວປະເທດ ປະຈຳປີ 2013

ເປີດຂຶ້ນຢ່າງເປັນທາງການ ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ວຽກງານກິລາ-ກາຍຍະກຳ ປີ 2011-2012 ແລະແຜນຈັດຕັ້ງປະຕິບັດ ໃນປີ 2013 ໂດຍກອງ ປະຊຸມດັ່ງກ່າວ ຈະໄດ້ດຳເນີນ ເປັນເວລາ ສອງວັນ ກໍຄືໃນລະຫວ່າງວັນທີ14-15 ກຸມພານີ້ ທີ່ສະໂມສອນໃຫຍ່ ມະຫາວິ ທະຍາໄລ ແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ ພັນຄຳ ວິພາວັນ ລັດຖະມົນຕີ ວ່າການ ກະຊວງ ສຶກສາ ທິການ ແລະ ກິລາ (ສສກ) ເຂົ້າຮ່ວມປະຊຸມມີ ບັນດາທ່ານ ລັດຖະມົນຕີຊ່ວຍ ວ່າການກະຊວງ ສສກ,ບັນດາຮອງເຈົ້າແຂວງ, ຫົວໜ້າຫ້ອງການ, ຫົວໜ້າກົມ,ຮອງກົມ, ຫົວໜ້າ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ທ່ານ ດຣ.ທອງລຸນ ສີສຸລິດ ໄດ້ຮັບ ການປະດັບ ຫລຽນໄຊແຮງງານ ຊັ້ນ 1 ຄົບຮອບ 15 ປີ ມ.ຊ

ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີວ່າການ ກະຊວງ ສຶກສາທິການ ແລະ ກີລາ (ສສກ) ຕາງໜ້າ ລັດຖະບານປະດັບຫລຽນ ໄຊແຮງງານຊັ້ນ I ໃຫ້ກັບ ທ່ານ ດຣ. ທອງລຸນ ສີສຸລິດ ກຳມະການ ກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ, ທັງເປັນອະດີດ ປະທານສະພາ ມະຫາວິ ທະຍາໄລ ແຫ່ງຊາດ ແລະ ທ່ານ ສຈ.ດຣ ສົມກົດ ມັງໜໍ່ເມກ ອະດີດອະທິການ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ຂ່າວສສກ, ຂ່າວສັງຄົມ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ກິດຈະກຳ ຄືນໂອກາດ ສູ່ບ້ານເກີດ ຂອງນັກສຶກສາ ລາວ ຢູ່ ໄທ.

ຊຸມນຸມນັກສຶກສາລາວ ມະຫາວິທະຍາໄລ ກະເສດສາດເຂດບາງເຂນກຸງເທບມະຫານະຄອນ ລາຊະອານາຈັກໄທ ໄດ້ສ້າງ ກິດຈະກຳ (ຄືນໂອກາດສູ່ບ້ານເກີດ) ໂດຍໄດ້ຂົນຂວາຍຊອກ ແລະ ອອກທຶນຮອນ ຊື້ປື້ມຕຳລາການຮຽນການສອນ ດ້ານວິຊາຊີບໄປມອບໃຫ້ໂຮງຮຽນ ເຕັກນິກ-ວິຊາຊີບ ແບບ ປະສົມແຂວງຊຽງຂວາງນຳພາທິມງານໂດຍ ນາງ ຈັນຜີວ ຫຼວງພິມມະຈິດ ປະທານຊຸມນຸມ ນັກ ສຶກສາລາວທີ່ປະເທດໄທ ຕຳລາການຮຽນການສອນມາມອບໃນຊຸດນີ້ມີ ຕຳລາ ການກະເສດ 133 ຫົວ,ວິຊາຄອມພີວເຕີ 34 ຫົວ, ວິສະວະກຳ, ການປະມົງ ແລະ ການທ່ອງທ່ຽວ 14 ຫົວ,ເສດຖະກິດ 71 ຫົວ,ການບໍລິຫານ ແລະ ການຄຸ້ມຄອງ 59 ຫົວ,ພາສາອັງກິດທົ່່ວໄປ …

ຂ່າວທົ່ວໄປ ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ລັດຖະມົນຕີ ຊ່ວຍ ສສກ ຢ້ຽມຊົມ ໂຮງຮຽນ ປະຖົມສົມບູນ ແຂວງຫລວງນ້ຳທາ.

ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ ແລະກິລາ(ສສກ) ຢ້ຽມຊົມ ໂຮງຮຽນ ປະຖົມສົມບູນ ແຂວງ ຫລວງນ້ຳທາ ຂອງຂວັນ ຈາກທ່ານ ຫງ້ວຽນມິງ ຈຽດ ປະທານປະເທດ ສສຫວຽດນາມ, ເນືອງໃນໂອກາດ ທີ່ທ່ານໄປ ເຄື່ອນໄຫວວຽກ ງານຢູ່ແຂວງ ດັ່ງກ່າວ ເຊິ່ງໄດ້ຮຽກຮ້ອງ ໃຫ້ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນ ພ້ອມກັນສ້າງ ໂຮງຮຽນ ໃຫ້ເປັນສີຂຽວ.
ເມື່ອວັນທີ 31ມັງກອນ ຜ່ານມາ ເນື່ອງໃນໂອກາດ ທີ່ການນຳ ຈາກກະຊວງສຶກສາທິການ ແລະ ກິລາໄດ້ໄປ ເຂົ້າ ຮ່ວມ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ເບີ່ງຂ່າວທັງໝົດ | Comments Off

ອາສາ ສະໝັກ ໄຈກາ ເຂົ້າຢ້ຽມ ຂ່ຳນັບ ທ່ານ ລັດຖະມົນຕີ ຊ່ວຍ ສ ສ ກ.

ອາສາສະໝັກຈາກອົງການ ຮ່ວມມືສາກົນ ຍີ່ປຸ່ນ ປະຈຳລາວ( ໄຈກາ) ທີ່ເຄືອນໄຫວ ດ້ານຂະແໜງການສຶກສາ ຢູ່ແຕ່ລະ ແຂວງ ໃນ ສ ປ ປ ລາວເຂົ້າຢ້ຽມຂ່ຳນັບທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ( ສສກ) ເພື່ອລາຍງານ ການຈັດຕັ້ງປະຕິບັດການ ສິດສອນ ຢູ່ໃນໂຮງຮຽນປະຖົມ ທີ່ທາງອາສາສະໝັກ ດັ່ງກ່າວ ໄດ້ລົງໄປ ປະ ຈຳການ. ຂະນະທີ່ ທ່ານລັດຖະມົນຕີຊ່ວຍ ຍ້ອງຍໍຊົມເຊີຍ ອາສາສະໝັກຈາກໄຈກາ.
ເມື່ອວັນທີ 25 ມັງກອນ ຜ່ານມາ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ກົມກອງ, ບ້ານ, ຄອບຄົວ ແລະ ບຸກຄົນ 3 ເມືອງ ແຂວງ ຫົວພັນ ທີ່ມີຜົນງານ ດີເດັ່ນ ຈັດຕັ້ງປະຕິບັດ ວຽກງານ ລົບລ້າງ ຄວາມບໍ່ຮູ້ໜັງສື ໄດ້ຮັບ ການຍ້ອງຍໍ ຢ່າງສົມກຽດ.

ໃນໂອກາດທີ່ຈັດພິທີປະກາດຈົບຊັ້ນປະຖົມບຳລຸງທົ່ວເມືອງຫົວເມືອງ ແຂວງຫົວພັນ ເມື່ອວັນທີ 18 ຜ່ານມາ ທີ່ເທດ ສະບານ ຂອງເມືອງດັ່ງກ່າວ ໄດ້ມີການມອບໃບຍ້ອງຍໍສັນລະເສີນ ໃຫ້ແກ່ກົມກອງ, ບ້ານ, ຄອບຄົວ ແລະບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະບຳລຸງຈົບຊັ້ນປະຖົມ ໃຫ້ແກ່ປະຊາຊົນ ທົ່ວເມືອງ ຫົວເມືອງ ໃນຂັ້ນກະຊວງສຶກສາທິການ ແລະກິລາ, ຂັ້ນແຂວງ ແລະ ຂັ້ນເມືອງ.ເປັນກຽດເຂົ້າຮ່ວມ ແລະ ມອບ ຂອງ ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກິລາ, ທ່ານ ດຣ ກ້າ ສະເຫລີມສຸກ ຫົວໜ້າກົມ ການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະກິລາ, ພ້ອມດ້ວຍຄະນະນຳຂອງແຂວງຫົວພັນ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ເບີ່ງຂ່າວທັງໝົດ | Comments Off

ເມືອງ ຫົວເມືອງ ປະກາດ ຈົບຊັ້ນປະຖົມ ບຳລຸງ ເປັນເມືອງ ທີ 8 ແຂວງ ຫົວພັນ.

ເມືອງຫົວເມືອງ ໄດ້ປະກາດຈົບຊັ້ນປະຖົມບຳລຸງ ເປັນເມືອງທີ 8 ຂອງແຂວງຫົວພັນ ໂດຍພິທີໄດ້ຈັດຂຶ້ນຢ່າງເປັນທາງການ ແລະສົມກຽດ ໃນວັນທີ 18 ມັງກອນຜ່ານມາ ທີ່ ເທດສະບານ ເມືອງ ຫົວເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກິລາ, ທ່ານ ວັນໄຊ ແພງຊຸມມາ ຮອງເຈົ້າແຂວງຫົວພັນ, ຜູ້ຊີ້ນຳ ວຽກງານ ວັດທະນະທຳສັງຄົມ,ທ່ານຄຳວອນ ບຸນທະວົງຄະນະປະທານສະພາແຫ່ງຊາດເຂດ 8 ແຂວງຫົວພັນ, ທ່ານ ດຣ ກ້າ ສະເຫລີມສຸກ ຫົວໜ້າກົມ ການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳມົນ ຈັນທະວີສຸກ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ລັດຖະມົນຕີ ສສກ ລົງຢ້ຽມຢາມ ໂຮງຮຽນ ຊົນເຜົ່າ ຫລັງໃໝ່ ແຂວງຫົວພັນ.

ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍ ທ່ານ ດຣ ກ້າ ສະເຫລີມສຸກ ຫົວໜ້າກົມການສຶກສາ ນອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ຄະນະນຳ ແລະ ວິຊາ ການ ພະແນກ ສຶກສາທິການ ແລະກິລາ ແຂວງ ຫົວພັນ ຈຳນວນໜຶ່ງໄດ້ລົງຢ້ຽມຢາມ ໂຮງຮຽນ ມັດທະຍົມສົມບູນ ກິນ ນອນ ຊົນເຜົ່າຫລັງໃໝ່ ແຂວງ ຫົວພັນ. ເນື່ອງໃນໂອກາດ ທີ່ໄດ້ເດີນທາງເຂົ້າຮ່ວມ ພິທີປະກາດ ຈົບຊັ້ນປະຖົມບຳລຸງ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ເບີ່ງຂ່າວທັງໝົດ | Comments Off

ສຳເລັດ ການຈັດ ກອງປະຊຸມ ຄົບຄະນະ ຄັ້ງທີ VII ກ່ຽວກັບ ການປະຕິຮູບ ລະບົບການສຶກສາ ແຫ່ງຊາດ.

ເມ່ືອວັນທີ 10-11ມັງກອນຜ່ານມາກະຊວງສຶກສາທິການ ແລະກິລາ(ສສກ) ໄດ້ເປີດ ກອງ ປະຊຸມ ຄົບຄະນະຄັ້ງທີ VII ຂອງ ຄະນະ ກຳມາທິການແຫ່ງຊາດ ກ່ຽວກັບການປະຕິຮູບ ລະບົບການ ສຶກສາແຫ່ງຊາດ ຂຶ້ນທີ່ ສູນປະຊຸມຮ່ວມມືສາກົນຫລັກ 5 ( ສູນ ICTC ) ນະຄອນຫລວງວຽງຈັນ , ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ ພັນຄຳ ວິພາວັນ ກຳມະການກົມ ການເມືອງ ສູນກາງ ພັກ , ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກິລາທັງເປັນ ປະທານຄະນະ ກຳມາ ທິການ ແຫ່ງຊາດ …

ຂ່າວທົ່ວໄປ ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ເບີ່ງຂ່າວທັງໝົດ | Comments Off

10 ເຫດການ ເດັ່ນ ກິລາລາວ ໃນຮອບປີ 2012

ວັນເວລາຜ່ານພົ້ນໄປໄວເຫລືອເກີນ! 12 ເດືອນ ຂອງປີ 2012 ເປັນໄລຍະເວລາທີ່ ສ.ປ.ປ ລາວ ກໍຄື ປະຊາຊົນລາວທັງຊາດ ໄດ້ປະກອບສ່ວນເຮັດໜ້າທີ່ຢ່າງຕັ້ງໜ້າ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຄຽງຄູ່ກັບ ການເສີມ ທະວີສ້າງ ພາລະບົດບາດໃນເວທີພາກພື້ນ ແລະ ສາກົນ ບໍ່ວ່າຈະເປັນທາງດ້ານເສດຖະກິດ-ການເມືອງ, ວັດທະນະທຳ-ສັງຄົມ ແລະ ກິ ລາ. ເຮັດໃຫ້ມີເຫດການທີ່ພົ້ນເດັ່ນຫລາຍເຫດ ການ ໂດຍສະເພາະໃນຂະແໜງກິລາ, ສປປລາວ ໄດ້ຮັບກຽດ ເປັນເຈົ້າ ພາບງານມະຫາກຳກິລາ ມະຫາ ວິ ທະຍາໄລອາຊຽນ ຄັ້ງທີ XVI …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ສະກຸບພິເສດ, ເບີ່ງຂ່າວທັງໝົດ | Comments Off

ຄະນະນຳ ສສກ ເປີດກອງ ປະຊຸມ ສະຫລຸບ ວຽກງານ ປະຈຳ ເດືອນ ທັນວາ 2012.

ຄະນະນຳກະຊວງສຶກສາທິການ ແລະກິລາ ເປີດກອງປະຊຸມປະຈຳເດືອນທັນວາ 2012  ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະປຶກສາຫາລື ກະກຽມ ເປີດກອງປະຊຸມ ສະຫລຸບການ ຈັດຕັ້ງ ປະຕິບັດການ ປະຕິຮູບ ລະບົບ ການ ສຶກສາ ໃນປີ 2012 ຜ່ານມາ ແລະ ແຜນປະຕິບັດ ການປະຕິຮູບການສຶກສາ ທີ່ເປັນບູລິມະສິດສຳລັບປີ 2013 ເພື່ອສະເໜີຕໍ່ກອງປະຊຸມ ຄົບຄະນະຄັ້ງທີ 7 ຂອງຄະນະກຳມາທິການແຫ່ງຊາດກ່ຽວກັບການປະຕິຮູບການສຶກສາແຫ່ງຊາດ ເຊິ່ງຈະໄຂຂຶ້ນໃນ ລະຫວ່າງ ວັນທີ 11-12 ມັງກອນ ນີ້ ທີ່ສູນຝຶກອົບ ຮົມຮ່ວມມືສາກົນລາວ-ຍີ່ປຸ່ນ (ຫລັກ 5 ) ນະຄອນຫລວງວຽງຈັນ.
ເມ່ືອວັນທີ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ປືກສາ ຫາລື ກຽມ ຄວາມພ້ອມ ກໍ່ສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ ກຽມຮອງຮັບ “ ຊຽງຂວາງ ເກມ 2017 ”

ກະຊວງ ສຶກສາ ທິການ ແລະກິລາ ແລະຄະນະຮັບຜິດຊອບ ຈັດການແຂ່ງຂັນ ງານ ມະຫາກຳ ກິລາ ແຫ່ງຊາດຄັ້ງທີ11 ປີ 2017 ທີ່ແຂວງ ຊຽງຂວາງ ເປັນເຈົ້າພາບ ຮ່ວມກັນປືກສາຫາລື ຢ່າງລະອຽດ ເພື່ອກຽມຄວາມພ້ອມຮອບດ້ານ ກ່ຽວກັບ ວຽກ ງານການກໍ່ສ້າງພື້ນຖານໂຄງລ່າງ ທີ່ເມືອງ ແປກ ແຂວງ ຊຽງຂວາງ ໂດຍ ແຜນການສະເໜີ ໂຄງການດັ່ງກ່າວ ຂອງເຈົ້າພາບ ໃນເບື້ອງຕົ້ນ ໄດ້ວາງ ງົບ ປະມານ ໃນການກໍ່ສ້າງ ແລະປັບປຸງສະໜາມທັງໝົດ 20 ປະເພດກິລາ ຈາກ ສອງຈຸດ ແລະ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຊົມເຊີຍ ຜົນສຳເລັດ ວຽກງານ ຂະແໜງການ ສຶກສາ ແລະ ກິລາປະຈຳ ປີ 2012.

ກະຊວງສຶກສາທິການ ແລະກິລາຊົມເຊີຍ ຜົນສຳເລັດ ວຽກງານຂອງ ຂະແໜງ ສຶກສາ ທິການ ແລະ ກິລາ ທີ່ຍາດມາໄດ້ໃນຕະລອດປີ 2012 ຜ່ານມາ, ເນື່ອງ ໃນໂອກາດສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ 2013 .

ເມືອ ຄຳ່ຄືນ ວັນທີ 31 ທັນວາ 2012 ຜ່ານມາກະຊວງ ສຶກສາທິການ ແລະ ກິລາ ໄດ້ ຈັດງານ ລ້ຽງສັງສັນ ຂຶ້ນທີ່ເຮືອນ ທ່ານ  ດຣ ພັນຄຳ ວິພາວັນ ກຳມະການ ກົມ ການ ເມືອງສູນກາງພັກ , ລັດຖະມົນຕີວ່າການ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ຊົມເຊີຍ ແລະ ຍ້ອງຍໍ ຢ່າງສົມກຽດ ຜົນສຳເລັດ 32 ຫລຽນຄຳ ງານກິລາ ມ.ອາຊຽນ ຄັ້ງທີ16 ຂອງທັບນັກສຶກສາລາວ

ມະຫາວິທະຍາໄລ ແຫ່ງຊາດລາວ ກະຊວງ ສຶກສາ ທິການ ແລະກິລາ ກໍຄື ລັດຖະບານ ແຫ່ງ ສປປ ລາວ ຈັດ ງານສະຫລູບ ຊົມເຊີຍ ແລະຍ້ອງຍໍ ທັບ ນັກ ກິລາ ນັກ ສຶກສາລາວ ທີ່ສ້າງຜົນ ສຳເລັດຄັ້ງຍິ່ງໃຫຍ່ ແລະເປັນ ຄັ້ງ ປະຫວັດ ສາດ  ຄ້ວາ 32 ຫລຽນຄຳ 35 ຫລຽນເງິນ ແລະ46 ຫລຽນທອງ ໄດ້ຄອງອັນດັບທີ5 ໃນງານລະດັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ງານ ມະຫາກຳກິລາ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ເລົ່າສູ່ກັນຟັງ: “ຢູ່ໃຫ້ເພິ່ນຮັກ ໄປໃຫ້ເພິ່ນ ຄິດຮອດ?. ຝາກໄວ້ໃຫ້ ນັກກິລາລາວ!”

?ເບື້ອງຕົ້ນກະວ່າ ຈະບໍ່ເວົ້າເຖິງເລື່ອງນີ້ ເພາະຜູ້ໃຫຍ່ເພິ່ນຂໍມາ ຢ້ານກະທົບກະເທືອນ ຄວາມ ສຳພັນ ມິດຕະພາບທີ່ດີ ຖານບ້ານໃກ້ເຮືອນຄຽງ ວ່າຊັ້ນ! ແລະ ອີກຢ່າງໜຶ່ງ ສື່ມວນຊົນລາວເຮົາ ກໍຄື ກັບ ປະຊາຊົນລາວ, ພວກເຮົາມີຄຸນສົມບັດ ຫລື ຄວາມເປັນຜູ້ດີເກີນພໍ ທີ່ຈະໄປຕໍ່ລໍ້ຕໍ່ຖຽງ ຫລື ສະແດງ ກິລິຍາ ມາລະຍາດຕ່ຳໆແບບພວກເຂົາ ເພາະການກະທຳເຊັ່ນນັ້ນ ມັນຈະສໍ່ສະແດງ ແລະ ສະທ້ອນ ໃຫ້ເຫັນ ເຖິງ ກຳພືດຂອງເຂົາເອງ ບໍ່ຕ່າງຫຍັງກັບສຸພາສິດ ທີ່ວ່າ “ພາສາບອກຊາດ ມາລະຍາດ ບອກສະກຸນ” !
ແຕ່?ເນື່ອງຈາກຄັ້ງນີ້ ມັນເປັນຄັ້ງທີສອງແລ້ວ ສຳລັບພຶດຕິກຳແບບນີ້ ຂອງນັກກິລາໄທ ທີ່ມາແຂ່ງ …

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off

ໜັງສືພິມ ສຶກສາ- ກິລາລາຍວັນ ສະບັບ ວັນ ພຸດ ທີ 26 ທັນວາ 2012

ອ່ານໜັງສືພິມສຶກສາ-ກິລາລາຍວັນສະັບັບ ວັນ ພຸດ ວັນທີ 26 ທັນວາ 2012 ແບບ ອີເລກໂຕຣນິກ Pdf file ຄລິກເມົ້າເຂົ້າອ່ານຕໍ່

ຂ່າວທົ່ວໄປ ກິລາຕ່າງປະເທດ, ກິລາພາຍໃນ, ຂ່າວສສກ, ຂ່າວສັງຄົມ, ທ່ອງທ່ຽວບັນເທິງ, ສະກຸບພິເສດ, ຮູບພາບ, ເບີ່ງຂ່າວທັງໝົດ | Comments Off