ນັບວ່າເປັນຄວາມໂຊກດີທີ່ໄດ້ມີໂອກາດເກາະຕິດໄປນຳຂະບວນຂອງການນຳ ຄະນະກຳມະການ ກິລາ ກາຍຍະກຳແຫ່ງຊາດໃນການລົງໄປເຜີຍແຜ່ຜົນສຳເລັດການເປັນເຈົ້າພາບງານມະຫາກຳກິລາຊີເກມຄັ້ງທີ່ 25 ທີ່ລາວ ໄດ້ເປັນເຈົ້າພາບ. ຢູ່ບັນດາແຂວງພາກໃຕ້ ໂດຍສະເພາະ ແມ່ນແຂວງ ໃຕ້ສຸດຂອງ ປະເທດລາວ ຄືແຂວງອັດຕະປື, ແລະ ເປັນຄັ້ງທຳອິດ ທີ່ຜູ້ຂຽນໄດ້ມີໂອກາດ ມາສຳພັດກັບດີນແດນ ອັນລືຊື່ ກັບຄຳເລົ່າລືວ່າ ” ອັດຕະປືຂາຍຄຳແລກໄກ່ ” ແຂວງອັດຕະປື ຫ່າງຈາກ ນະຄອນຫລວງ ວຽງຈັນ 985 ກິໂລແມັດ. ໃນເມື່ອກ່ອນຕອນຍັງບໍ່ທັນປົດປ່ອຍໄດ້ຍີນຄົນລຸ່ນຫລັງໆ ເລົ່າໃຫ້ຟັງວ່າ ຈາກນະຄອນຫລວງວຽງຈັນ ລົງໄປຫາອັດຕະປືຕ້ອງໃຊ້ເວລາຫລາຍມື້ ຈຶ່ງໄປຮອດ ຍ້ອນເສັ້ນທາງ ບໍ່ສະດວກ! ແຕ່ປະຈຸບັນ ມັນບໍ່ແມ່ນແນວນັ້ນອີກແລ້ວ ຕອນເຊົ້າໂທສັ່ງພີ່ນ້ອງປຸງໝ່ຳປາໄວ້ໃຫ້ ຕອນແລງມື້ດຽວກັນກໍລົງໄປກີນໄດ້ເລີຍ!! ແຂວງອັດຕະປື ມີເນື້ອທີ່ທັງ ໝົດ 10,320 ກິໂລແມັດ ມົນທົນ, ພົນລະເມືອງປະມານ 110,000 ຄົນ ປະກອບມີ 05 ເມືອງຄື: ເທດສະບານເມືອງ ສາມັກຄີໄຊ, ເມືອງໄຊເຊດຖາ, ເມືອງຊະໜາມໄຊ, ເມືອງຊານໄຊ ແລະ ເມືອງພູວົງ
ແຂວງນີ້ມີສະຖານທີ່ ທ່ອງທ່ຽວກໍບໍ່ໄດ້ໜ້ອຍໜ້າ ແຂວງໃດໃນປະເທດລາວເລີຍ ບໍ່ວ່າຈະເປັນທາງ ທຳມະຊາດ ກໍ່ຄືດ້ານວັດທະນະທຳ ເຊັ່ນ: ນ້ຳຕົກຕາດແສ້ຟະ ໃນແມ່ນ້ຳເຊປຽນ ຫ່າງຈາກເທດ ສະບານແຂວງປະມານ 61 ກິໂລແມັດ, ນ້ຳຕົກຕາດຟອກ ຫ່າງຈາກເທດສະບານແຂວງປະມານ 25 ກິໂລແມັດ, ນ້ຳຕົກຕາດພະພົງ , ແລະນ້ຳຕົກຕາດສະມົງພາກ, ນອກຈາກນ້ຳຕົກຕາດ ຍັງມີໜອງນ້ຳທີ່ມີຊື່ສຽງໂດ່ງດັງລະດັບໂລກ ອີກຫລາຍແຫ່ງເຊັ່ນ: ໜອງລົມ ແລະໜອງຟ້າ ຫລື ຊາວບ້ານແຖບນັ້ນມັກເອີ້ນກັນວ່າ “ ໜອງໄກ່ຜູ້ໂອກ “ ຊຶ່ງເປັນໜອງນ້ຳໃສ ທີ່ໃຫຍ່ຕັ້ງຢູ່ ເທີງຈອມ ພູສູງ ມີນ້ຳໃສເປັນສີຟ້າຕະຫລອດປີ ແລະເປັນບ່ອນທ່ອງທ່ຽວ ທີ່ກຳລັງໄດ້ຮັບຄວາມນິຍົມສູງ ໂດຍ ສະເພາະ ແມ່ນບັນດາ ນັກທ່ອງທ່ຽວທີ່ມັກຄວາມ ທ້າທາຍ ແລະ ພັກຜ່ອນ ຢ່ອນໃຈທາງທຳມະຊາດ. ຊຶ່ງໜອງດັ່ງກ່າວນີ້ຖືກເຊື່ອວ່າແມ່ນຂຸມຂອງປາກພູເຂົາໄຟ ທີ່ໄດ້ລະເບີດຂື້ນເມື່ອ ຫລາຍພັນປີ ທີ່ຜ່ານມາ.
ການທ່ອງທ່ຽວທາງວັດທະນະທຳກໍມີຫລາຍສະຖານທີ່ສຳຄັນເຊັ່ນ: ວັດສະແກ ແລະ ວັດເຈົ້າ ໄຊເຊດຖາ ທີ່ສ້າງຂື້ນແຕ່ປີ ຄ.ສ 1579 ຕັ້ງຢູ່ເມືອງໄຊເຊດຖາ ຫ່າງຈາກເທດສະບານແຂວງ ປະມານ10 ກວ່າກິໂລແມັດເອັງ
ສ່ວນການພັດທະນາພື້ນຖານໂຄງລ່າງ ເຄຫາສະຖານ ບ້ານເຮືອນ, ຖະໜົນຫົນທາງ ກໍກຳລັງຄຶກຄື້ນ ແລະເຊື່ອແນ່ວ່າອີກບໍ່ດົນ ຖະໜົນຫົນທາງ ຫລາຍສາຍbໃນເທດບານກໍ່ຈະຮຸ່ງແຈ້ງສະຫວ່າງທັງຄືນ ເພາະປະຈຸບັນເຫັນຖະໜົນ ສຳຄັນຫລາຍເສັ້ນ ໃນເທດສະບານກຳລັງ ກໍສ້າງຄືນໃໝ່ ແລະໄດ້ຮູ້ຂໍ້ມູນ ມາວ່າຈະມີການຕິດຕັ້ງໄຟເຍືອງຫົນທາງພ້ອມ ຜູ້ຂຽນຂໍສະແດງຄວາມດີໃຈ ນຳພີ່ນ້ອງຊາວແຂວງອັດຕະປື ທີ່ຈະເຫັນການພັດທະນາ ອັນສະຫວ່າງ ສະໄຫວໃນໄວໆນີ້.

