ທ່ອງທ່ຽວບັນເທິງ

ສະຖານທີ່ທ່ອງທ່ຽວລາວ

ແຂວງຫົວພັນ ສະຖານທີ່ໝັ້ນ ປະຫັວດສາດ ແລະ ແຫລ່ງທອງທ່ຽວ ທີ່ໜ້າປະທັບໃຈ

sn1.gif

ຫົວພັນ ເປັນ ແຂວງຫນຶ່ງ ຕັ້ງຢູ່ ທາງພາກເຫນືອ ຂອງປະເທດ ລາວເຮົາ, ຫ່າງຈາກນະຄອນ ຫລວງວຽງຈັນ ປະມານ 650 ກິໂລແມັດ, ມີເນື້ອທີ່ ທັງຫມົດ 16.500 ກິໂລຕາແມັດ; ເປັນ ແຂວງ ທີ່ພູມິປະເທດ ສ່ວນໃຫຍ່ເປັນພູດອຍ ເຕັມໄປດ້ວຍພູ ຜາປ່າໄມ້, ຫ້ວຍນ້ຳ ລຳເຊ ອັນອຸດົມ ສົມບູນ ແຂວງຫົວພັນ ປະກອບ ດ້ວຍ  8 ເມືອງ : ເມືອງ ຊຳເຫນືອ, ເມືອງ ຊຳໃຕ້, ເມືອງ ວຽງໄຊ,   ເມືອງ ສົບເບົາ, ເມືອງ ຊຽງຄໍ້, ເມືອງ ແອດ,  ຫົວເມືອງ ແລະ ເມືອງວຽງທອງ ; ມີປະຊາກອນອາ ໄສຢູ່ຈຳນວນ 284. 869  ຄົນ, ຍິງ 141.287  ຄົນປະກອບດ້ວຍ ຫລາຍ ຊົນເຜົ່າ: ເຜົ່າລາວລຸ່ມ ກວມ ອັດຕາສ່ວນ 64%, ເຜົ່າມົ້ງ 23%, ເຜົ້າກຶມມຸ 10%, ແລະເຜົ່າອື່ນໆ 4%.

vx3.gif

ອາຊີບຕົ້ນ ຕໍຂອງປະຊາຊົນ ແຂວງຫົວພັນ ແມ່ນການປູກຝັງ, ລ້ຽງສັດ, ເຮັດໄຮ່, ເຮັດນາ ແລະ ທຳ ການ  ຄ້າຂາຍ.ດິນແຖບນີ້  ແຕ່ກ່ອນກໍ່ ເຄີຍມີຄົນອາໄສຢູ່ ມາດົນນານ ແລ້ວ ສິ່ງທີ່ຢັ້ງຢືນ ໄດ້ແມ່ນ ຊາກກະດູກ ຄົນບູຮານ ທີ່ຍັງເຫລືອຮ່ອງຮອຍ ຈຳນວນຫນຶ່ງໄວ້ຢູ່ ບົນດິນແດນແຫ່ງນີ້. ໃນປີ 1936 ນັກວັດ ຖຸບູຮານຄົນຝຣັ່ງ 2 ຄົນຊື່ ໂຊແຣງແລະໂຟຣມາແຊ່ ໄດ້ມາຂຸດຄົ້ນຖ້ຳປ່ອງ (ຖ້ຳຮາງ) ທີ່ເມືອງ ວຽງທອງ, ໄດ້ພົບເຫັນໂຄງກະດູກ ມະນຸດທີ່ທີ່ເກົ່າແກ່ອີກບ່ອນຫນຶ່ງທີ່ ໄດ້ພົບເຫັນໃນຂົງເຂດ ອິນ ດູຈີນ. vx2.gifນອກ ຈາກນັ້ນ ກໍ່ມີຫີນຕັ້ງຢູ່ເມືອງຫົວເມືອງ ເຊິ່ງສັນນິຖານ ວ່າເປັນສຸສານ ຂອງຄົນ ສະໄຫມບູ ຮານ  ຫລື ຫີນ ທີ່ຄ້າຍ ຄື ຫີນຕັ້ງ ຢູ່ວຽງ ພູແຄ ເມືອງ ຊຳໃຕ້. ຄົນ ບູຮານຢູ່ແຂວງ ຫົວພັນທຳ ອິດສັນນິຖານ ວ່າແມ່ນ     ເຜົ່າເຍຶ້ອຍ.  ນັກວັດ ຖຸບູຮານ ສັນນິຖານວ່າ ເຜົ່າເຍຶ້ອຍນີ້ແມ່ນ ຜູ້ສ້າງ ຫີນຕັ້ງ ແຕ່ຍັງ ບໍ່ທັນ ມີຫລັກຖານແນ່ນອນ.ສຳລັບໃນເທດສະບານ ເມືອງ ຊຳເຫນືອ ມີທິວທັດ ທຳມະຊາດ ທີ່ສວຍງາມ ອ້ອມຮອບໄປດ້ວຍ ສາຍພູ, ໃນຕົວເມືອງ ມີສາຍທາງ ທີ່ກໍ່ສ້າງໄດ້ມາດຕະຖານ, ສອງຝາກທາງ ປະກອບ ໄປດ້ວຍຕຶກ ອາຄານ ບ້ານ ເຮືອນ, ສຳນັກງານຂະແຫນງການ ຕ່າງໆ. ມີຕະຫລາດຫ້າງຮ້ານ ຂາຍເຄື່ອງ, ມີ ໂຮງຫມໍ, ໂຮງຮຽນ ແລະ ວັດວາ ອາຮາມຕ່າງໆ.

ກ່າວກັນວ່າ ແຕ່ກ່ອນຊຳເຫນືອເປັນພຽງບ້ານ ນ້ອຍແຫ່ງຫນຶ່ງເອີ້ນກັນວ່າ”ບ້ານບວມສົມ” ເນື່ອງຈາກວ່າ ເປັນບວມ ໄມ້ສົມ ຕໍ່ມາກໍ່ເອີ້ນວ່າເມືອງ ຊຳຕາມຊື່ຂອງ ແມ່ນ້ຳຊຳໄຫລຜ່ານ ສ່ວນບ້ານຢູ່ແຖວແມ່ນ້ຳຊຳຕອນເຫນືອ ເອີ້ນວ່າ “ຊຳເຫນືອ ສ່ວນບ້ານທີ່ຢູ່ນ້ຳຊຳຕ ອນໃຕ້ ກໍ່ເອີ້ນວ່າ “ບ້ານຊຳໃຕ້”.

vx10.gif

ແຂວງ ຫົວພັນ ນອກຈາກຈະມີປະຫວັດທີ່ເກົ່າແກ່ແລ້ວ, ຍັງມີປະຫວັດຄວາມເປັນມາອັນ ຍາວ ນານ ຕິດພັນກັບປະຫວັດສາດ ມູນເຊື້ອແຫ່ງການ ຕໍ່ສູ້ປະຕິວັດປະຊາຊົນໃນແຂວງຫົວພັນມີ ຄວາມສະຫມານສາມັກຄີອັນຫນຽວແຫນ້ນ, ມີວັດທະນະທຳຂະນົບທຳນຽມ ປະເພນີ ອັນດີງາມ,  ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ມີນ້ຳໃຈຕໍ່ສູ້ອັນເດັດດ່ຽວຫນຽວແຫນ້ນ. ຖືເປັນດິນ ແດນທີ່ຫລໍ່ຫລອມ ນັກຮົບປະຕິວັດ ບໍ່ຈັກວ່າ ເທົ່າໃດ ຄົນມາແລ້ວ ພາຍໃຕ້ ການນຳພາ ຂອງພັກທີ່ ກຳລັງປະຕິວັດ ໄດ້ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ຈົນສາມາດ ປົດປ່ອຍແຂວງອອກ ຈາກການຄອບ ງຳຂອງຈັກກະພັດ ຈາກນັ້ນສູນກາງກໍ່ຖືເອົາແຂວງຊຳເຫນືອ ເປັນບ່ອນ ທົດສອບທຸກແນວທາງ ນະໂຍບາຍຂອງພັກ ເພື່ອສັງລວມ ບົດຮຽນ ໃນການ ຊີ້ນຳ ທົ່ວປະເທດ. vx7.gifສະນັ້ນ ເຂດປົດປ່ອຍຈິ່ງ ຂະຫຍາຍ ແລະ ເປີດກວ້າງໃນທຸກຂົງເຂດວຽກງານ ເຊັ່ນ: ວຽກງານກໍ່ສ້າງຮາກຖານເສດຖະ ກິດ-ສັງຄົມ ທເຊິ່ງ ທັງຫມົດ ນັ້ນແມ່ນຜົນງານ ແລະ ກຽດສັກສີ, ຄຸນງາມຄວາມດີທີ່ປະຊາຊົນບັນ ດາເຜົ່າຊາວແຂວງຫົວພັນຍາດມາໄດ້. ນັບແຕ່ປະເທດ ລາວໄດ້ຮັບການ ປົດປ່ອຍມາຮອດປະຈຸບັນແຂວງຫົວພັນ ກໍ່ໄດ້ສືບຕໍ່ພັດທະ ນາມາຢ່າງບໍ່ຢຸດຢັ້ງ ໂດຍຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອສ້າງເງື່ອນ ໄຂໃຫ້ ແຂວງຫົວພັນ ມີຄວາມສະຫງົບ ແລະຖືເອົາວຽກງານປູກຝັງ-ລ້ຽງສັດ ແລະການຄ້າຂາຍ ເພື່ອສ້າງຄວາມຮັ່ງມີ ແລະ ເຂັ້ມແຂງທາງ ດ້ານ ເສດ ຖະກິດ  ເຮັດໃຫ້ບ້ານ ເມືອງມີຄວາມຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນ ມີຊີວິດການເປັນຢູ່ທີ່ອີ່ມຫນຳສຳລານ. ຊີວິດວັດທະນະທຳ ຂອງຊາວ ແຂວງຫົວພັນ ມີຫລາຍຢ່າງທີ່ຫນ້າສົນໃຈເມື່ອເຫັນແລ້ວອາດ ຮູ້ສຶກປະທັບໃຈ

vx4.gif ດ້ວຍຈຸດພິເສດ ຂອງວາດຊົງແບບ ແຜນການດຳລົງຊີວິດ ທີ່ນິ້ມນວນ ອ່ອນຫວານ ໂດຍພື້ນຖານຮີດຄອງປະເພນີ ວັດທະນະທຳຂອງປະຊາຊົນ ບັນດາເຜົ່າທີ່ເປັນເອກະລັກ ສະ ເພາະແບບພື້ນເມືອງຂອງແຂວງ ບໍ່ວ່າປະເພນີ ການເຮັດບຸນສິນກິນທານ, ປະເພນີການນຸ່ງຖື ແລະ ພິເສດແມ່ນການຂັບຊຳເຫນືອ ທີ່ເປັນເອກະລັກສະເພາະປະຈຳແຂວງຫົວພັນຕະຫລອດ ຮອດ ອາຫານ ການກິນເຊັ່ນ: ຫນັງຍຳ, ແຈ່ວປາບ້ຳ, ເຊິ່ງເປັນອາຫານພື້ນເມືອງທີ່ໃຜໆມາເຖິງ ຖິ່ນຊຳເຫນືອ ກໍ່ຕ້ອງໄດ້ຊອກຫາ ຊື້ນຳເພື່ອເປັນຂອງຕ້ອນ ຂອງຝາກໃຫ້ແກ່ຄອບຄົວ ຫລື ຍາດ ຕິພີ່ນ້ອງຂອງຕົນ

ຜົ້ງສາລີ ສ້າງລາຍຮັບຈາກຂະແຫນງທ່ອງທ່ຽວເພີ່ມຂຶ້ນ 1 ເທົ່າຕົວ

ຕະຫລອດໄລຍະສົກປີ 2007Œ2008 ຜ່ານມາ ເຊິ່ງເປັນປີທີ 3 ຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງສູນກາງພັກເວົ້າລວມ, ເວົ້າສະເພາະຊາວແຂວງຜົ້ງສາລີ ພວມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງເຂົ້າສູ່ຊີວິດຕົວຈິງ ໂດຍຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມເນື້ອໃນ 4 ເຂັ້ມແຂງ 4 ຄາດຫມາຍ ແລະ 4 ທາງອອກທີ່ພັກໄດ້ກຳນົດໄວ້ຢ່າງເປັນຂະບວນຟົດຟື້ນ ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃຫ້ນັບມື້ດີຂຶ້ນ ແລະ ກ້າວໄປເຖິງການແກ້ໄຂຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານໃນປີ 2010 ແລະ ຈະນຳເອົາແຂວງຜົ້ງສາລີ ໃຫ້ຫລຸດພົ້ນອອກຈາກຄວາມດ່ອຍພັດທະນາໃນປີ 2020 ຕາມແນວທາງນະໂຍບາຍຂອງພັກ.

ຜ່ານຂະບວນການພັດທະນາທາງດ້ານພື້ນຖານໂຄງລ່າງເປັນຕົ້ນ: ການຄົມມະນາຄົມຂົນສົ່ງ, ການກະສິກຳ-ປ່າໄມ້, ການພະລັງງານ ແລະ ບໍ່ແຮ່, ການຄ້າຂາຍແລກປ່ຽນສິນຄ້າ, ການສ້າງບ້ານ ແລະ ກຸ່ມບ້ານວັດທະນະທຳ, ການລົງໃສ່ການບໍລິການຕ່າງໆ ໂດຍຕິດພັນ ກັບຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໄດ້ ເຮັດໃຫ້ວຽກງານທ່ອງທ່ຽວນັບມື້ມີທ່າຂະຫຍາຍຕົວ ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບມາສູ່ປະຊາຊົນບັນດາເຜົ່າ ແລະເຮັດໃຫ້ ພາບພົດຂອງການທ່ອງທ່ຽວໄດ້ພົ້ນເດັ່ນຂຶ້ນເຊິ່ງມັນສະແດງອອກຢ່າງຊັດເຈນ, ຈາກສະຖິຕິນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຢູ່ແຂວງຜົ້ງສາ ລີນັບມື້ເພີ່ມຂຶ້ນເຊັ່ນ: ໃນປີ 2006 ມີນັກທ່ອງທ່ຽວທັງຫມົດ 10.240 ຄົນໃນປີ 2007 ມີ 22.850 ຄົນ ແລະ ໃນປີ 2008 ມີນັກທ່ອງ ທ່ຽວເຂົ້າມາແຂວງຜົ້ງສາລີທັງຫມົດ 46. 545 ຄົນ, ໃນນີ້ນັກທ່ອງທ່ຽວສາກົນມີ 8.545 ຄົນ, ສາມາດສ້າງລາຍຮັບເຂົ້າແຂວງ 18.618 ຕື້ກີບ ຖ້າທຽບໃສ່ປີ 2007 ເພີ່ມຂຶ້ນ 1 ເທົ່າຕົວ. ພ້ອມດຽວທາງດ້ານທຸລະກິດການທ່ອງທ່ຽວກໍ່ໄດ້ຮັບການພັດທະນາ, ປັບປຸງ ແລະຍົກ ລະດັບດ້ານການບໍລິການໃຫ້ນັບມື້ດີຂຶ້ນ ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເຊິ່ງມາຮອດປະຈຸບັນ ທົ່ວແຂວງ ມີໂຮງແຮມ 4 ແຫ່ງ, ເຮືອນພັກ 34 ຫລັງ, ຣີຊອດ 1 ແຫ່ງ ແລະ ຮ້ານອາຫານ 60 ແຫ່ງ ສາມາດຮອງຮັບນັກທ່ອງທ່ຽວນັບທັງພາຍ ໃນ ແລະ ຕ່າງປະເທດໄດ້ ໂດຍພື້ນຖານໄປພ້ອມໆກັບຂະບວນການພັດທະນາເສດຖະກິດ-ສັງຄົມດັ່ງກ່າວ.

ຫ້ອງການທ່ອງທ່ຽວແຂວງ ໂດຍປະສານສົມທົບກັບບັນດາຂະແຫນງການທີ່ກ່ຽວຂ້ອງນັບທັງສາຍຕັ້ງ, ສາຍຂວາງກໍ່ໄດ້ຕັ້ງຫນ້າເຄື່ອນ ໄຫວຕາມທີ່ຕັ້ງພາລະບົດບາດແລະຫນ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ສາມາດເຮັດສຳເລັດລື່ນຄາດຫມາຍ, ຖ້າທຽບໃສ່ແຜນການ ປະຈຳປີທີ່ໄດ້ວາງໄວ້ ເຊິ່ງສະແດງໃຫ້ເຫັນໃນວຽກງານແຕ່ລະດ້ານຄື: 1. ໃນສົກປີຜ່ານມານີ້ທາງອຳນາດການປົກຄອງແຂວງໄດ້ແຕ່ງຕັ້ງ ຄະນະກຳມະການປະເມີນຜົນຂັ້ນແຂວງຂຶ້ນ ເພື່ອປະເມີນການຈັດຕັ້ງເຄື່ອນໄຫວວຽກງານທ່ອງທ່ຽວ ພ້ອມທັງເຮັດຫນັງສືສະເຫນີຍົກຫ້ອງ ການທ່ອງທ່ຽວຂຶ້ນເປັນພະແນກໄປຍັງທ່ານລັດຖະມົນຕີ, ປະທານອົງການທ່ອງທ່ຽວແຫ່ງຊາດ ເພື່ອຄົ້ນຄວ້າພິຈາລະນາ ແລະ ອະນຸມັດ ຕາມລະບຽບການ; 2. ສຳເລັດການສ້າງຕັ້ງຫນ່ວຍງານທ່ອງທ່ຽວຂັ້ນເມືອງ ຢູ່ໃນ 4 ເມືອງເພື່ອຄຸ້ມຄອງ ແລະ ບໍລິຫານວຽກງານທ່ອງ ທ່ຽວຢູ່ຂັ້ນເມືອງ; 3. ຕະຫລອດສົກປີຜ່ານມາດ້ານກົງຈັກການຈັດຕັ້ງກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ເຊິ່ງມາຮອດປະຈຸບັນທົ່ວຫ້ອງ ການລວມມີພະນັກງານ-ລັດຖະກອນທັງຫມົດ 10 ສະຫາຍ, ຍິງ 5 ສະຫາຍໃນນີ້ 2 ສະຫາຍແມ່ນໄດ້ແຕ່ງຕັ້ງໄປຮັບຜິດຊອບວຽກງານ ທ່ອງທ່ຽວຢູ່ຂັ້ນເມືອງ. ນອກຈາກນີ້ ທາງອຳນາດການປົກຄອງເມືອງ ກໍ່ໄດ້ແຕ່ງຕັ້ງພະນັກງານຈາກຂະແຫນງການອື່ນມາປະກອບໃຫ້ແກ່ ຫນ່ວຍງານທ່ອງທ່ຽວຂັ້ນເມືອງຈຳນວນ 2 ສະຫາຍ ແລະ ຕຳຫລວດທ່ອງທ່ຽວຈຳນວນ 2 ສະຫາຍ; 4. ສົ່ງພະນັກງານຈຳນວນ 1 ສະ ຫາຍເຂົ້າຮຽນວິຊາບໍລິຫານທຸລະກິດລະບົບຊັ້ນສູງຢູ່ໂຮງຮຽນເອກະຊົນ ແລະ ອີກ 1 ສະຫາຍ ແມ່ນສົ່ງໄປຍົກລະດັບດ້ານການຄຸ້ມຄອງ ບໍລິຫານໂຮງແຮມ, ເຮືອນພັກເປັນເວລາ 4 ເດືອນ ຢູ່ນະຄອນດຽນບຽນຟູແຫ່ງ ສສ ຫວຽດນາມ ແລະ ອັນທີ 5. ອຳນາດການປົກຄອງ ແຂວງໄດ້ປະກອບຫ້ອງການເຮັດວຽກ, ພ້ອມທັງພາຫະນະອຸປະກອນອັນຈຳເປັນຈຳນວນຫນຶ່ງເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ, ພ້ອມທັງພາຫະນະອຸປະກອນອັນຈຳເປັນຈຳນວນຫນຶ່ງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານ ທ່ອງທ່ຽວໃຫ້ໄດ້ຮັບຜົນເປັນຢ່າງດີ.

ຮ່ວມສົ່ງເສີມການທ່ອງທ່ຽວຢູ່ໃນ ສປປ ລາວ

ດັ່ງທີ່ທຸກຄົນກໍ່ເຄີຍຮູ້ແລ້ວ ວ່າການທ່ອງທ່ຽວແມ່ນການເດີນທາງຈາກທີ່ຢູ່ອາໄສຂອງຕົນ ໄປຫາອີກທ້ອງຖິ່ນອື່ນ ເພື່ອການຢ້ຽມຢາມ, ການທ່ຽວຊົມ, ການພັກຜ່ອນ, ມ່ວນຊື່ນ, ການແລກປ່ຽນວັດທະນະທຳ, ການກີລາ, ການສົ່ງເສີມສຸຂະພາບ, ການສຶກສາຄົ້ນຄວ້າ, ການ ປະຊຸມ, ການວາງສະແດງ ແລະ ອື່ນໆ ໂດຍມີຈຸດປະສົງຊອກເຮັດວຽກ, ປະກອບອາຊີບເພື່ອຫາລາຍໄດ້ໃນຮູບແບບຕ່າງໆ.

ໃນເມື່ອຮູ້ແນວນັ້ນແລ້ວ ກໍ່ຕ້ອງໄດ້ຮູ້ເຖິງຜະລິດຕະພັນທ່ອງທ່ຽວວ່າ ມັນແມ່ນຫຍັງແທ້ ເຊິ່ງສາມາດສັງລວມໄດ້ວ່າສຳລັບໃນປະເທດ ລາວ ເຮົາແຫລ່ງຜະລິດຕະພັນການທ່ອງທ່ຽວ ແມ່ນປະກອບໄປດ້ວຍສະຖານທີ່ທຳມະຊາດ, ວັດທະນະທຳ, ປະຫວັດສາດ, ວັດຖຸບູຮານ, ຂະນົບທຳນຽມຮີດຄອງປະເພນີ, ສວນສະຫນຸກ ແລະ ການມ່ວນຊື່ນລື້ນເລີງ; ສ່ວນກິດຈະການທ່ອງທ່ຽວ ແມ່ນການທ່ຽວຊົມທຳມະຊາດ, ການເດີນປ່າ, ການລ່ອງເຮືອ, ການສະແດງພື້ນເມືອງ, ການທ່ຽວຊື້ສິນຄ້າ ແລະ ກໍ່ມີຫລາຍສິ່ງທີ່ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງ ທ່ຽວເຊັ່ນວ່າການບໍລິການການທ່ອງທ່ຽວ, ຮ້ານອາຫານ. ຮ້ານຄ້າ, ທະນາຄານ ແລະການແລກປ່ຽນເງິນຕາຕ່າງປະເທດ, ການບໍລິການ ຂົນສົ່ງໄປສະນີ, ຖະຫນົນຫົນທາງ, ໄຟຟ້າ, ໂທລະຄົມມະນາຄົມ, ຄວາມປອດໄພລວມໄປເຖິງການຕັດສິນໃຈເລືອກຈຸດຫມາຍການເດີນ ທາງທ່ອງທ່ຽວຂອງນັກທ່ອງທ່ຽວຈະຄຳນຶງເຖິງຄວາມປອດໄພຕໍ່ຊີວິດ ແລະຊັບສິນເປັນສຳຄັນ ດັ່ງນັ້ນມາດຕະຖານຮັກສາຄວາມປອດໄພ ຈິ່ງມີຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່.

ສຳລັບອົງການຈັດຕັ້ງ ທີ່ຮັບຜິດຊອບວຽກງານທ່ອງທ່ຽວ, ກົດຫມາຍທ່ອງທ່ຽວ ແລະ ລະບຽບຫລັກການ, ການພັດທະນາບຸກຄະລາ ກອນ ແລະ ງົບປະມານເພື່ອພັດທະນາແຫລ່ງທ່ອງທ່ຽວ, ການບໍລິການ ແລະ ພື້ນຖານໂຄງລ່າງຕ່າງໆ; ການໂຄສະນາສົ່ງເສີມ ແລະ ການຕະຫລາດ, ຂັ້ນຕອນ ແລະ ລະບຽບການໃນການເດີນທາງເຂົ້າ-ອອກປະເທດ.

ການກະກຽມແຜນພັດທະນາການທ່ອງທ່ຽວສິ່ງສຳຄັນຕ້ອງເອົາໃຈໃສ່ໃນຮູບແບບ ແລະ ປະເພດຕ່າງໆ ຂອງການທ່ອງທ່ຽວທີ່ພົວພັນ ກັບເຫດການສະເພາະໃນການເດີນທາງທ່ອງທ່ຽວເຊິ່ງສາມາດນຳໄປພິຈາລະນາສຳລັບລະດັບຊາດ ຫລື ທ້ອງຖິ່ນ ໂດຍອີງໃສ່ຊັບພະຍາ ກອນ ແລະ ເງື່ອນໄຂທີ່ເຫມາະສົມ. ສ່ວນຫລາຍປະເພດຂອງການທ່ອງທ່ຽວດັ່ງກ່າວ ຈະປະກອບໄປດ້ວຍການເດີນທາງທ່ຽວຊົມທຳມະ ຊາດ ເຊິ່ງຈຸດປະສົງທ່ອງທ່ຽວຕາມສະຖານທີ່ຕ່າງໆ ທາງດ້ານວັດຖຸບູຮານ, ທຳມະຊາດ ແລະ ຫມູ່ບ້ານ; ການທ່ອງທ່ຽວຕາມສະຖານທີ່ ພັກຜ່ອນເປັນການທ່ອງທ່ຽວທີ່ມີການບໍລິການ ແລະ ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ແລະ ທ່ຽວຊົມສິ່ງຫນ້າສົນໃຈ. ສ່ວນຫລາຍສະຖານທີ່ດັ່ງກ່າວ ຈະປະກອບມີຫາດຊາຍ, ທະເລ, ແຕ່ສຳລັບ ສປປ ລາວບໍ່ມີສິ່ງເຫລົ່ານັ້ນ ຈິ່ງສົມຄວນພັດທະນາສະຖານ ທີ່ທ່ອງທ່ຽວກ່ຽວກັບການຮັກສາສຸຂະພາບເພາະມີສະຖານທີ່ບໍ່ນ້ຳຮ້ອນທຳມະຊາດ, ພູຜາປ່າໄມ້ ແລະ ຫ້ວຍນ້ຳລຳເຊ; ການທ່ອງທ່ຽວໃນ ຕົວເມືອງແມ່ນອີງໃສ່ສະຖານທີ່ທ່ອງທ່ຽວວັດທະນະທຳ ແລະປະຫວັດສາດ, ຮ້ານຄ້າ, ຮ້ານອາຫານ ແລະ ກິດຈະກຳຕ່າງໆ; ການທ່ອງ ທ່ຽວແບບອະນຸຮັກປະຊາຊົນມີສ່ວນຮ່ວມ ແມ່ນການທ່ອງທ່ຽວຄວາມສວຍງາມຂອງສະຖານທີ່ທາງທຳມະຊາດ, ການຮຽນຮູ້ກ່ຽວກັບນິເວດ ວິທະຍາ, ຄວາມຫລາກຫລາຍຂອງທຳມະຊາດ, ສຶກສາ ແລະ ທຳຄວາມເຂົ້າໃຈກ່ຽວກັບວັດທະນະທຳພື້ນເມືອງຂອງຊົນເຜົ່າຕ່າງໆ ທີ່ມີ ການອະນຸຮັກຄວາມເປັນເອກະລັກຂອງຕົນ,ປ່າສະຫງວນທີ່ມີຄວາມອຸດົມສົມບູນ, ຄວາມຫລາກຫລາຍດ້ານຊີວະນາໆພັນ, ສະຖານທີ່ພັກ ແຮມໃນຂອບເຂດໃກ້ຫມູ່ບ້ານ ເຊິ່ງຊາວບ້ານສາມາດເປັນເຈົ້າຂອງ ແລະ ດຳເນີນກິດຈະກຳດັ່ງກ່າວນັ້ນດ້ວຍຕົນເອງ, ນັກທ່ອງທ່ຽວສາ ມາດພັກແຮມຄືນ, ຊີມລົດຊາດອາຫານ ແລະ ຮ່ວມກິດຈະກຳຕ່າງໆຂອງທ້ອງຖິ່ນນັ້ນໆ, ຫມູ່ບ້ານສາມາດພັດທະນາ ເປັນຫມູ່ບ້ານທີ່ຜະ ລິດເຄື່ອງຫັດຖະກຳ, ກະສິກຳແນໃສ່ເຮັດໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບສິ່ງດັ່ງກ່າວ; ການທ່ອງທ່ຽວຕາມແມ່ນ້ຳຂອງ ແລະ ຫ້ວຍນ້ຳ ລຳເຊຕ່າງໆນັບທັງການລ່ອງແກ້ງ; ການທ່ອງທ່ຽວຂອງຊາວຫນຸ່ມເປັນການເດີນທາງໄປທ່ອງທ່ຽວຂອງຊາວຫນຸ່ມ, ນັກສຶກສາ ເພື່ອການ ພັກຜ່ອນ, ກີລາ ແລະ ການສຶກສາຄົ້ນຄວ້າສະຖານທີ່ຕ່າງໆ ເພື່ອໃຫ້ເຂົ້າເຈົ້າໄດ້ຮຽນຮູ້ສະພາບແວດລ້ອມ, ມໍລະດົກທາງວັດທະນະທຳ ແລະ ປະຫວັດສາດຂອງຊາດ; ການທ່ອງທ່ຽວທາງສາສະຫນາ, ການຢ້ຽມຢາມຂອງຄົນລາວ ທີ່ອາໄສຢູ່ຕ່າງປະເທດ, ຄວາມສົນໃຈສະ ເພາະຂອງອົງການທ່ອງທ່ຽວ ແລະການທ່ອງທ່ຽວຜະຈົນໄພ. ນອກນັ້ນ ກໍ່ຍັງມີຫລາຍປະເພດການທ່ອງທ່ຽວເຊັ່ນ: ການນອນປ່າ, ຄາຣາ ວານ ແລະ ການທ່ອງທ່ຽວເພື່ອອາໄສຢູ່ໃນປະເທດຍາວນານຂຶ້ນ.

ຖ້ຳກອງລໍ-ແຂວງຄຳມ່ວນ ເປີດເປັນແຫລ່ງທ່ອງທ່ຽວມາຕັ້ງແຕ່ວັນທີ 11 ມັງກອນ ປີ 2002)

ຖ້ຳກອງລໍເປັນຖ້ຳທີ່ມີນ້ຳລອດພື້ນທີ່ໃຫຍ່ທີ່ສຸດຂອງໂລກ (national geographic) ເປັນຄວາມຍິ່ງໃຫຍ່ທີ່ສຸດທີ່ທຳມະຊາດສ້າງມາ ເພື່ອທ້າທາຍໂຕຂອງມັນເອງ , ຖ້ຳນ້ຳລອດແຫ່ງນີ້ເປັນສ່ວນໜື່ງຂອງລະບົບນິເວດປ່າຫີນປູນ ມີທີ່ຕັ້ງຢູ່ແຂວງຄຳມ່ວນ ສປປ.ລາວ ໃນເຂດປ່າສະຫງວນແຫ່ງຊາດ ພູຫີນບູນ ລະຫວ່າງຫມູ່ບ້ານນາຕານ ເມືອງນາຍກາຍ ແລະ ກຸມບ້ານກອງລໍ ເມືອງຫີນບູນ

ການພັນລະນາຖ້ຳແຫ່ງນີ້ເຫນືອຈິນຕະນາການອອກໄປ ຖ້າລອງຫລັບຕາລົງແລ້ວຈິນຕະນາການສ່າແມ່ນ້ຳສາຍນີ້ (ແມ່ນ້ຳຫີນບູນ ) ຖືກກືນເຂົ້າໄປໃນໄຕ້ພິພົບໃນໄລຍະທາງກວ່າ 7 ກິໂລແມັດ ໃນໄລຍະທາງທີ່ສັບຊ້ອນ ດ້ວຍຫິນງອກ ຫິນຍ້ອຍ ຂະຫນາດໃຫຍ່(ຫລາຍ) ,

ບໍລິເວນພາຍໃນຖ້ຳມີນ້ຳຕົກພາຍໃນ ມີສາຍທາງໂຄ້ງເກຶອບຫັກສອກ ພາຍໃນຖ້ຳມີຄວາມກວ້າງ ປະມານກັນກັບສະໜາມເຕະບານ old traffrod ຂອງທີມແມນຢູ , ບ່ອນສູງທີ່ສຸດເທົ່າກັບປະຕູໄຊ( ປະມານ 25ແມັດ)
–ມີຄວາມຍາວເທົ່າກັບ ຂົວໂກເດີ້ນເກດ (Golden Gate Bridge) 3ຂົວຕໍ່ກັນ. ທີ່ໄດ້ກ່າວມານັ້ນຍັງບໍ່ໃດ້ລວມ ຫາດຊາຍ, ແກ່ງຫີນ ແລະ ຄວາມຫລາກຫລາຍທາງຊີວະພາບອື່ນໆ, ທີ່ຍັງຊຸກເຊື່ອງໄວ້ພາຍໃນອານາບໍລິເວນ.

ປະຈຸບັນເປັນສິ່ງທີ່ຫນ້າພູມໃຈທີ່ປະຊາຊົນພາຍໃນບໍລິເວນນັ້ນໄດ້ເຂົ້າມາມີສ່ວນຮ່ວມໃນການຈັດສັນທ່ອງທ່ຽວ ນອກຈາກຄວາມຕືນຕາຕືນໃຈກັບຄວາມງາມຂອງຖ້ຳແລ້ວ ປະຊາຊົນຍັງມີຊີວິດທີ່ດີຂື້ນຈາກການມາຍ້ຽມຍາມແລະພັກຜ່ອນຂອງນັກທ່ອງທ່ຽວ.

ແຕ່ກ່ອນຖ້ຳແຫ່ງນີ້ເປັນເສັ້ນທາງ ເປັນເສັ້ນທາງຄົມມະນາຄົມທາງນ້ຳກ່ອນການທ່ອງທ່ຽວມາຮອດ, ເນື່ອງຈາກວ່າຫມູ່ບ້ານນາຕານນັ້ມີທຳເລທີ່ຕັ້ງຢູ່ບໍລິເວນອີກຟາກໜື່ງຂອງປາກຖ້ຳ. ຈື່ງບໍ່ມີເສັ້ນທາງເຂົ້າອອກ ຍ້ອນຖືກປິດລ້ອມໄປດ້ວຍ ພູຫີນປູນທີ່ສູງຊັນໃ ດັ່ງນັ້ນປະຊາຊົນຈື່ງໄຊ້ເຮືອເປັນພາຫະນະໃນການເດີນທາງໄປຄ້າຂາຍກັບຫມູ່ບ້ານອື່ນ. ເປັນໄລຍະທາງກວ່າ 7ກິໂລແມັດພາຍໃນຖ້ຳທຸກໆມື້ ໄຊ້ເວລາ30ນາທີ

ຖ້າເຮົາແນມເບິ່ງໃນມິຕິການຮັບໄຊ້ສັງຄົມ ຖ້ຳແຫ່ງນີ້ຈື່ງເປັນດັ່ງ ໜື່ງເສັ້ນທາງຄົນມະນາຄົມ
(ໄຕ້ພິພົບ) ທີ່ສວຍງາມທີ່ສຸດຂອງປະຊາຊົນໃນບໍລິເວນນັ້ນ.

ສ່ວນມິຕິຂອງຜູ້ທີ່ເດີນທາງໄປໃຫມ່ (ນັກທ່ອງທ່ຽວ) ຖ້ຳແຫ່ງນີ້ເປັນສິ່ງທີ່ທຳມະຊາດໄດ້ພິສູດໃຫ້ມະນຸດເຫັນວ່າ “’ ທຳມະຊາດນັ້ນຫຍິ່ງໃຫຍ່ສະເໝີ ”’

ເວລາຂີ່ເຮືອອອກມາຈາກປາກຖ້ຳ ເມື່ອພົບທຳມະຊາດພາຍນອກແລ້ວ ປານໄດ້ເຫັນສະຫວັນ
☼ ເສັ້ນທາງ ວິທີໄປ ທາງລົດໂດຍສານ ☼
–ຈາກທ່າແຂກ ແຂວງຄຳມ່ວນ ຂື້ນລົດໂດຍສານຈາກທ່າແຂກຢູ່ຄີວລົດຫລັກສອງ ຂື້ນໄປຕາມເສັ້ນທາງຫມາຍເລກ 13 ໄຕ້ ຈົນຮອດບໍລິເວນບ້ານນ້ຳທອນ ລົງລົດທີ່ທາງແບ່ງຫລັກ20.
–ຈາກນະຄອນຫລວງວຽງຈັນ ຂື້ນລົດໂດຍສານວຽງຈັນ-ນ້ຳທອນ ( ລາຄາຈະຖືກກວ່າ )
ວຽງຈັນ-ທ່າແຂກ, ຫລື ວຽງຈັນ-ສະຫວັນ. ລົງໄປຕາມເສັ້ນທາງຫມາຍເລກ 13 ໄຕ້ ຈົນຮອດບໍລິເວນບ້ານນ້ຳທອນ ລົງລົດທີ່ ບ້ານວຽງຄຳ ທາງແບ່ງຫລັກ20. ບໍລິເວນນ້ຳທອນ
–ຈາກທາງແບ່ງຫລັກ 20 ຕໍ່ລົດສອງແຖວ ແຕ່ມີ3ແຖວ ເພາະວ່າຄົນຫລາຍ ຕ້ອງມີຕັ່ງຍາວເສີມອີກແຖວໜື່ງເປັນສາມແຖວ ສາຍ ທາງແບ່ງ-ຫລັກຊາວ ຄ່າລົດ30.000ກີບ (ຊາຍແດນຫວຽດ) ບອກໂຊເຟີ່ລົກວ່າ ລົງຢູ່ບ້ານນາຫີນ. ລົດຄັນສຸດທ້າຍຫມົດ4ແລງໂມງຂອງແຕ່ລະມື້
–ຈາກບ້ານນາຫີນ ໄປຊອກຂື້ນລົດສອງແຖວຢູ່ບໍລິເວນ ‘’ ຕະຫລາດນາຫີນ ‘’ ຈົນໄປຮອດຖ້ຳກອງລໍ.
–ໄຊ້ເວລາປະມານ4-6ຊົວໂມງ.
–ຄ່າເຮືອເຂົ້າທ່ຽວຊົມຖ້ຳ 100.000 ກຳນົດໃຫ້ນັ່ງບໍ່ກາຍ3ຄົນ ຈຳເປັນແທ້ໆແມ່ນ 4ຄົນ
–ຄ່າໂຮມສະເຕ ຄົນລະ 50.000ກີບ + ເຂົ້າແລງ +ເຂົ້າເຊົ້າ + ມິດໄມຕີຂອງຊາວບ້ານ.

ສຳລັບບຸກຄົນ ຫລື ອົງການຈັກຕັ້ງທີ່ຕ້ອງການທ່ຽວຊົມທຳມະຊາດຖ້ຳກອງແລ
ພ້ອມປະກອບສ່ວນສ້າງພື້ນຖານສາສນາວັດຖຸໄວ້ສາສນາສະຖານທີ່ເກົ່າແກ່
ທາງອຳນາດການປົກຄອງບ້ານວຽງຈະເລີນ+ເຈົ້າອະທິການວັດວຽງຈະເລີນ
ຈະອອກເດີນທາງໄປເຮັດບຸນໃນວັນທີ 8-9 ເດືອນມິຖຸນາ 2009
ທ່ານໄດສົນໃຈເດີນທາງຮ່ວມໄປນຳຄະນະ
ຕິດຕໍ່ສອບຖາມໄດ້ທີ່ຫມາຍເລກ 856-20-6302934