ກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳປີ 2016
ພິທີປິດ ງານມະຫະກຳກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ
ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ I

ເຂົ້າສູ່ລະບົບ

ຢ່າງໃດກໍ່ຕາມ, ການແຂ່ງຂັນກິລາຄັ້ງນີ້ ນອກຈາກຈະເປັນການເຮັດໃຫ້ຮ່າງກາຍແຂງແຮງ, ສວຍງາມ, ຈິດໃຈເບີກບານ ແລະ ສ້າງຄວາມຊຳນານແລ້ວ ຍັງເປັນສະໜາມພິສູດຜົນງານຂອງທັບນັກກິລາປະເທດສະມາຊິກອາຊຽນ ເວົ້າລວມ, ເວົ້າສະເພາະແມ່ນ ສປປ ລາວເຮົາ ວ່າຈະກ້າວໄກ ຫຼື ຖອຍຫຼັງລົງຄອງ ຫຼັງຈາກທີ່​ບໍ່​ປະສົບ​ຜົນສຳ​ເລັດ​ຕາມ​ທີ່​ຕັ້ງ​ເປົ້າ​ເອົາ​ໄວ້ມາແລ້ວ ເມື່ອຊີ​ເກ​ມ ຄັ້ງ​ທີ 28 ​ໃນປີ 2015 ທີ່ປະເທດສິງກະໂປ.

      ສຳລັບໃນງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຈະມີ 11 ປະເທດສະມາຊິກອາຊຽນເຂົ້າຮ່ວມ ຄື: ສປປ ລາວ, ໄທ, ອິນໂດເນເຊຍ, ສິງກະໂປ, ຫວຽດນາມ, ຟີລິບປິນ, ບຣູໄນ, ຕີມໍ ເລສເຕ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ (ເຈົ້າພາບ) ເຊິ່ງຈະມີການຊີງໄຊກັນທັງໝົດ 405 ຫຼຽນຄຳ ຈາກ 38 ປະເພດກິລາ. ໃນນີ້ສະເພາະ ສປປ ລາວເຮົາ ແມ່ນຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 350 ຄົນ (ນັກກິລາ 221 ຄົນ) ໃນ 22 ປະເພດກິລາ ໄດ້ແກ່ ປັນຈັກສີລັດ, ປິ່ງປ່ອງ, ວູຊູ, ມວຍສາກົນ, ມວຍລາວ, ຍິງທະນູ, ເປຕັງ, ກະຕໍ້-ຊິນລອນ, ເທຄວັນໂດ, ແລ່ນ-ລານ, ເທັນນິສ, ເຕະບານຊາຍ, ລວຍນ້ຳ, ຣັກບີ້, ຄາຣາເຕໂດ, ຢູໂດ, ບີລຽນ-ສະນຸກເກີ, ຍິງປືນ, ດອກປີກໄກ່, ບານບ້ວງ, ລົດຖີບ ແລະ ກ໊ອຟ.

      ທັງນີ້ເຖິງວ່າ ໃນຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ເປັນເຈົ້າພາບ ໃນປີ 2015 ສປປ ລາວເຮົາ ໄດ້ສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາ ເຂົ້າຮ່ວມ 318 ຄົນ ໃນນັ້ນສະເພາະນັກກິລາມີ 183 ຄົນ ໃນ 20 ປະເພດກິລາ ຄື: ເປຕັງ, ເທຄວັນໂດ, ວູຊູ, ຢູໂດ, ກະຕໍ້, ບິນລຽນ-ສະນຸກເກີ, ລົດຖີບ, ຍິງທະນູ, ມວຍສາກົນ, ປັນຈັກສີລັດ, ແລ່ນ-ລານ, ລອຍນ້ຳ, ເຕະບານຊາຍ, ດອກປີກໄກ່, ເທັນນິສ, ຍິງປືນ, ປິ່ງປ່ອງ, ກ໊ອຟ, ຣັກບີ້ ແລະ ຟັນດາບ. ພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ ແຕ່ຜ່ານການແຂ່ງຂັນຕົວຈິງ ຜົນປາກົດວ່າທັບນັກກິລາລາວຊຸດນັ້ນ ສ້າງຜົນງານໄດ້ຢ່າງໜ້າຜິດຫວັງ ເມື່ອຍາດມາໄດ້ພຽງແຕ່ 4 ຫຼຽນເງິນ ແລະ 25 ຫຼຽນທອງ ລວມ 29 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະລາງ ຈາກ 11 ປະເທດເຂົ້າຮ່ວມ ຈົນນຳໄປສູ່ການເກີດມີສຽງວິພາກວິຈານໄປຕ່າງໆນາໆຈາກສັງຄົມ ກໍ່ຄືປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນທາງໂຊຊຽລມີເດຍ ແລະ ສື່ສັງຄົມອອນລາຍອື່ນໆ.

      ສະນັ້ນ, ໃນຊີເກມ ຄັ້ງນີ້ ຈຶ່ງຈະເປັນສະໜາມ ສຳຄັນ ທີ່ຈະພິສູດຜົນງານຂອງທັບນັກກິລາລາວ ວ່າຈະມີຄວາມກ້າວໜ້າ ຫຼື ຖອຍຫຼັງແນວໃດ, ໂດຍສປປ ລາວ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງນັກກິລາເຂົ້າຮ່ວມເຖິງ 221 ຄົນ ຈາກ 22 ປະເພດກິລາ ເຊິ່ງຫຼາຍກວ່າຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ 2 ປະເພດກິລາ ແຕ່ເປົ້າໝາຍການຄວ້າຫຼຽນຄຳຊ້ຳພັດຫຼຸດລົງ ເພາະໃນເທື່ອນີ້ ຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍພຽງ 3-5 ຫຼຽນຄຳ ໂດຍຝາກຄວາມຫວັງໄວ້ກັບປະເພດຕໍ່ສູ້ປ້ອງກັນຕົວ ເປັນຕົ້ນແມ່ນ ມວຍລາວ ເຖິງຈະເປັນກິລາໃໝ່ໃນຊີເກມ ແຕ່ກໍ່ຍັງມີຄວາມຫວັງເລິກໆກວ່າປະເພດອື່ນໆ ໂດຍສະເພາະແມ່ນເຕະບານຊາຍ ທີ່ໃຊ້ງົບປະມານຫຼາຍ ແຕ່ບໍ່ມີຄວາມຫວັງຫຼຽນຄຳ ແຕ່ໃນປີນີ້ເອງທາງລັດຖະບານ ເພິ່ນກໍ່ໃຫ້ຄວາມສຳຄັນສຸດຂີດ ເພາະຖ້າສາມາດຜ່ານເຂົ້າເຖິງຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍໄດ້ ກໍ່ຈະມີເງິນອັດສີດໃຫ້ເຖິງ 1 ຕື້ກີບ ຂະນະ​ທີ່ຫຼຽນ​ຄຳ ທຸກ​ປະ​ເພດ ລັດຖະບານ ກໍ່​ປະກາດ​ຈະ​ໃຫ້​ຫຼຽນ​ລະ 25 ລ້ານ​ກີບ ທັງ​ນີ້​ກໍ່ເພື່ອຈູງໃຈນັກກິລາມີຄວາມຫ້າວຫັນ, ມີຄວາມກະຕືລືລົ້ນ, ມີຄວາມກະຫາຍທີ່ຈະຄວ້າໄຊຊະນະ ເໜືອຄູ່ແຂ່ງຢູ່ສະເໝີໃນເວລາລົງສະໜາມ ແລະ ຫຼີກເວັ້ນບັນຫາການລົ້ມບານ ຫຼື ລ໊ອກຜົນບານ ຄືກັບທີ່ເຄີຍເກີດຜ່ານມາ ເຊິ່ງສ້າງຄວາມເສື່ອມເສຍ ແກ່ປະເທດຊາດ ຈົນຫຼາຍຄົນຖືກ ສະຫະພັນບານເຕະເອເຊຍ ປະກາດບໍ່ໃຫ້ຫຍຸ້ງກ່ຽວກັບວົງການເຕະບານຕະຫຼອດຊີວິດ.

ນອກຈາກນັ້ນ, ຍັງມີກິລາ ຢູໂດ, ເທຄວັນໂດ, ຄາຣາເຕໂດ ແລະ ເປຕັງ ທີ່ເປັນກິລາປາຍແຫຼມຄວາມຫວັງຫຼຽນຄຳ ເພາະຜ່ານມາເຄີຍສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດມາແລ້ວ ໂດຍສະເພາະໃນຊີເກມ ຄັ້ງທີ 25 ທີ່ລາວເຮົາເປັນເຈົ້າພາບ ໃນປີ 2009 ແລະ ຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ເປັນເຈົ້າພາບ ໃນປີ 2013 ແຕ່ມາໃນຊີເກມ ຄັ້ງທີ 28 ບັນດາກິລາເຫຼົ່ານີ້ບໍ່ສາມາດຮັກສາມູນເຊື້ອອັນດີງາມຂອງຕົນເອງໄວ້ໄດ້.

ແຕ່ຢ່າງໃດກໍ່ຕາມ, ການ​ບໍ່​ປະສົບ​ຄວາມ​ສຳ​ເລັດ ທີ່ກ່າວມາຂ້າງເທິງນັ້ນ ຂອງທັບນັກກິລາລາວໃນເວທີອາຊຽນ ມັນກໍ່ບໍ່ແມ່ນຄວາມຜິດຂອງຜູ້ໃດຜູ້ໜຶ່ງ ເພາະວ່າປະເທດເຮົາເປັນປະເທດນ້ອຍ ມີປະຊາກອນພຽງ 6 ລ້ານກວ່າຄົນ ແລະ ລາຍຮັບຕໍ່ຫົວຄົນກໍ່ບໍ່ສູງ, ງົບປະມານທີ່ຈະມາພັດທະນາວົງການກິລາກໍ່ມີໜ້ອຍ ລວມທັງບຸຄະລາກອນດ້ານກິລາກໍ່ມີຈຳກັດ ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນ ກໍ່ຄືພາກພື້ນ ແລະ ສາກົນ ຜົນງານອອກມາບໍ່ຄ່ອຍດີເທົ່າທີ່ຄວນ ຍ້ອນຄວາມບໍ່ສະໝ່ຳສະເໝີໃນການສະໜອງງົບປະມານໃນກະກຽມນັກກິລາ, ການເຝິກຊ້ອມມີເວລາໜ້ອຍ, ອຸປະກອນເຝິກແອບກໍ່ຍັງຈຳກັດບາງປະເພດກິລາ ແລະ ອີກບັນຫາໜຶ່ງຄືການນຳເອົາວິທະຍາສາດການກິລາເຂົ້າມາ ຊ່ວຍພັດທະນາກິລາຍັງບໍ່ເປັນລະບົບ ແລະ ຕໍ່ເນື່ອງ ເຊິ່ງທັງໝົດທັງມວນທີ່ເວົ້າມານັ້ນ ກໍ່ຍ້ອນຂາດເຂີນດ້ານງົບປະມານ. ສະນັ້ນ, ເພື່ອຈະກ້າວໄປເຖິງການພັດທະນາທີ່ເປັນລະບົບໄດ້ນັ້ນ ມັນຮຽກຮ້ອງໃຫ້ມີການປະກອບສ່ວນຈາກທຸກໆພາກສ່ວນຂອງສັງຄົມ ໂດຍສະເພາະແມ່ນບັນດາບໍລິສັດຫ້າງຮ້ານທັງພາກລັດ ແລະ ເອກະຊົນ ທີ່ດຳເນີນທຸລະກິດໃນ ສປປ ລາວ ຄວນເປັນເຈົ້າການໃນການປະກອບສ່ວນທາງດ້ານທຶນຮອນ, ອຸປະກອນ ແລະ ປັດໄຈອື່ນໆທີ່ປິ່ນອ້ອມ ລວມເຖິງຄວາມເຂົ້າໃຈຂອງສະຖາບັນຄອບຄົວນັກກິລາເອງ ໃນການຊຸກຍູ້ສົ່ງເສີມລູກຫຼານໃຫ້ຫັນມາຫຼິ້ນກິລາຢ່າງຈິງຈັງ ຊ່ວຍປະກອບສ່ວນໃນການພັດະທນາກິລາລາວ ກ້າວສູ່ອາຊີບໃນອະນາຄົດ.

ພົບກັນໃໝ່ ສະບັບໜ້າ

ສະບາຍດີ

ນສພ ສຶກສາ-ກິລາເດືອນຫຼ້າສຸດ

ວາລະສານກິລາ

ໂທລະພາບ

ວິທະຍຸ

ວິທະຍຸກິລາ
102.pngBeerlao_Prime_Minister's_Cup.pngLao toyota.pngf889234799e865bbe90cee71f6cd2e53_L.pngfooterslide7.png