ຮູ້ຈັກກັບ ນາງ ຍົມມະລາ ຢາວາລັດ, ອາຍຸ 24 ປີ, ຜູ້ທີ່ໄດ້ຮັບທຶນການສຶກສາຄູຈາກແຜນງານບີຄວາອີກຜູ້ໜຶ່ງ. ລາວສຳເລັດການສຶກສາທີ່ວິທະຍາໄລຄູສາລະວັນ ໃນເດືອນກໍລະກົດ 2018 ຜ່ານມານີ້ ແລະ ປະຈຸບັນກຳລັງສອນ ຢູ່ແຂວງສາລະວັນ.
ນາງ ຍົມມະລາ ແມ່ນຄູໃໝ່ທີ່ອຸທິດຕົນ, ລາວມີຄວາມເຊື່ອໝັ້ນວ່າການສຶກສາເປັນສິ່ງສຳຄັນທີ່ສຸດ. “ນ້ອງຢາກລຶບລ້າງການກືກໜັງສື. ນ້ອງຈະຊຸກຍູ້ໃຫ້ເດັກທຸກຄົນໃນຊຸມຊົນຮຽນໜັງສື. ນ້ອງຢາກໃຫ້ເຂົາເຈົ້າມີຊີວິດທີ່ດີຂື້ນ. ຖ້າພວກເຂົາກືກໜັງສື, ພວກເຂົາກໍຈະມີຄວາມຫຍຸ້ງຍາກໃນການດຳລົງຊີວິດ, ບໍ່ໄດ້ເຮັດວຽກງານທີ່ດີ ຫຼື ຈະໄປມາກໍ່ບໍ່ສະດວກເພາະວ່າອ່ານໜັງສືຢູ່ປ້າຍຕ່າງໆບໍ່ໄດ້.”ຍ້ອນເປັນຄູໃໝ່, ນາງ ຍົມມະລາ ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບການສະໜັບສະໜູນດ້ານວິທີການສອນ ແລະ ມີຄູຕິດຕາມ ຊຶ່ງເປັນການຊ່ວຍເຫຼືອຈາກໂຄງການ. “ກ່ອນຮຽນຈົບ, ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບເຕັກນິກການສອນວິຊາຄະນິດສາດ, ພາສາລາວ, ແລະ ການສອນຫ້ອງຄວບ. ພວກເຮົາຍັງໄດ້ຮຽນຫຼັກສູດພິເສດ ກ່ຽວກັບ ສຸຂາພິບານ ແລະ ການປະຖົມພະຍາບານຂັ້ນຕົ້ນ. ນ້ອງຄິດວ່າທັກສະການປະຖົມພະຍາບານຂັ້ນຕົ້ນມີປະໂຫຍດຫຼາຍສຳຫຼັບການສອນຢູ່ເຂດຊົນນະບົດ ເພາະຊ່ວຍໃຫ້ນ້ອງຮູ້ວ່າຈະເຮັດແນວໃດ ຖ້າເດັກໄດ້ຮັບອຸບັດຕິເຫດ. ນອກຈາກນັ້ນ, ນ້ອງຍັງມີຄູຕິດຕາມຢູ່ໂຮງຮຽນ ຜູ້ທີ່ຈະໃຫ້ຄຳແນະນຳນ້ອງທຸກໆອາທິດ. ຄຳແນະນຳຂອງຄູຕິດຕາມເປັນປະໂຫຍດຫຼາຍ ແລະ ຊ່ວຍນ້ອງໃຫ້ສອນດີຂຶ້ນ.”