ຮູ້ຈັກກັບ ທ່ານ ແສນຮັກ ບຸນມີ, ອາຍຸ 38 ປີ, ເຊິ່ງເປັນຄູສອນນັກສຶກສາຄູຈາກຊົນເຜົ່າກະຕ່າງ, ສັງກັດຢູ່ຫ້ອງການອະນຸບານ-ປະຖົມ, ເປັນຮອງ ຫົວໜ້າຫ້ອງການຄູອະນຸບານ-ປະຖົມວິທະຍາໄລຄູສາລະວັນ. ທ່ານ ແສນຮັກ ກຳລັງສຶກສາຕໍ່ປະລິນຍາໂທສາຂາຫຼັກສູດ ແລະ ການສອນ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລີ່ມເດືອນມີນາປີນີ້ ໂດຍການສະໜັບສະໜູນຈາກແຜນງານບີຄວາ.“ການສືບຕໍ່ຮ່ຳຮຽນ ແລະ ເຮັດວຽກໄປພ້ອມ ແມ່ນມີຄວາມທ້າທາຍສຳລັບຂ້າພະເຈົ້າ. ທຸກໆ ວັນສຸກ, ຂ້າພະເຈົ້າຕ້ອງໄດ້ເດີນທາງຈາກສາລະວັນໄປນະຄອນຫຼວງວຽງຈັນ, ຮຽນໜັງສືວັນເສົາ-ວັນອາທິດ ແລ້ວແລງອາທິດແມ່ນເດີນທາງກັບມາເຮັດວຽກຢູ່ວິທະຍາໄລຄູສາລະວັນ. ເມຍຂ້າພະເຈົ້າກໍເປັນຄູສອນ ແລະ ພວກເຮົາກໍມີລູກນ້ອຍອາຍຸ 4 ເດືອນ. ເມຍຂອງຂ້າພະເຈົ້າສະໜັບສະໜູນການຕັດສິນໃຈຂອງຂ້າພະເຈົ້າເປັນຢ່າງດີ, ພວກເຮົາຕັດສິນໃຈແນວນັ້ນ ກໍເພື່ອອະນາຄົດຂອງລູກພວກເຮົາ ແລະ ຂອງເດັກນ້ອຍໝົດທຸກຄົນໃນປະເທດລາວ, ພວກເຮົາມີຄວາມເຊື່ອໃນຄວາມສຳຄັນຂອງການສຶກສາທີ່ດີກວ່າເກົ່າ. ຂ້າພະເຈົ້າເຂົ້າຮຽນ ຍ້ອນວ່າຂ້າພະເຈົ້າມາຮຽນຮູ້ວິທີການສິດສອນ, ເຕັກນິກການສອນແບບໃໝ່, ຢາກປ່ຽນຈຸດສຸມວິທີການຮຽນ-ການສອນແບບລັກສະນະພຽງແຕ່ທິດສະດີ, ດ້ວຍການທ່ອງຈໍາ, ມາເປັນການຮຽນແບບຜ່ານຂະບວນການຄົ້ນຄິດ, ການຝຶກປະຕິບັດຕົວຈິງ ແລະ ເກີດການຮຽນຮູ້ດ້ວຍຕົວນັກຮຽນເອງ, ສາມາດໄປໃຊ້ເຂົ້າໃນການແກ້ໄຂບັນຫາໃນຊີວິດປະຈໍາວັນໄດ້. ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງໃນການຮຽນຫຼັກສູດປະລິນຍາໂທ ແລະ ໄດ້ປັບປຸງຄວາມເຂົ້າໃຈກ່ຽວກັບວິທີການສອນ, ການພັດທະນາ ຫຼື ປັບປຸງຫຼັກສູດ ແລະ ທັກສະການຄົ້ນຄວ້າ. ຂ້າພະເຈົ້າມີຄວາມຝັນໃນການປັບປຸງສະພາບການສຶກສາໃນປະເທດລາວເວົ້າລວມ, ເວົ້າສະເພາະແມ່ນການສຶກສາຂອງແຂວງສາລະວັນໂດຍການສິດສອນນັກສຶກສາຄູທີ່ວິທະຍາໄລຄູສາລະວັນ.”